ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ນຳ​ກອງທັບ​ຣັດ​ເຊຍ ແລະ ​ສປປ ເກົາຫຼີ ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ການ​ທະຫານ


     ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ວັນ​ທີ 17 ກັນຍາ ນີ້, ໂດຍ​ອີງ​ຕາມ​ສຳນັກ​ຂ່າວສານ​ສູນ​ກາງ ​ສປປ ເກົາຫລີ (KCNA) ເປີດເຜີຍ​ຂ່າວ​ວ່າ: ທ່ານ ຄີມ
ຈອງ ອຶນ ຜູ້ນຳ​ສູງ​ສຸດ​ຂອງ ​ສປປ ເກົາຫລີ ໄດ້​ມີ​ການ​ພົບ​ປະ​ປຶກສາ​ຫາລື​ກັບ ທ່ານ ເຊີ​ເກ ຊອຍ​ກູ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຣັດ​ເຊຍ ກ່ຽວ
​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ແລະ ແລກປ່ຽນ​ດ້ານ​ການ​ທະຫານ​ສອງ​ຝ່າຍ. ຕາມ KCNA ແລ້ວ,  ການ​ພົບ​ປະ​ແມ່ນ​ດຳເນີນ​ໃນ​ວັນ​ທີ 16 ກັນຍາ ຢູ່​
ເມືອງ​ວະ​ລາ​ດີ​ໂວ​​ສ​ຕອກ, ໃນ​ຂອບ​ວາລະ​ການ​ປຶກສາ​ຫາລື​ຂອງ​ຜູ້ນຳ ​ສປປ ເກົາຫຼີ.

     ພາຍຫຼັງ​ການ​ເຈລະຈາ​ກັບ​ ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ ຣັດ​ເຊຍ ໃນ​ວັນ​ທີ 13 ກັນຍາ ຜ່ານ​ມາ. ສຳນັກ​ຂ່າວ KCNA ຊີ້​ແຈງ​ຕື່ມ​ວ່າ:
ການ​ນຳ​ຂອງ​ສອງ​ປະເທດ ໄດ້​ແລກປ່ຽນ​ຄຳ​ເຫັນທີ່​ມີ​ລັກສະນະ​ສ້າງສັນ​ກ່ຽວ​ກັບ​ບັນດາ​ບັນຫາ​ຄວາມ​ຈິງ​ທີ່​ເກີດ​ຂຶ້ນ ເພື່ອເພີ່ມ​ທະວີ​ການ​ສົມທົບ​ຍຸດ​ທະ​ສາດ
ແລະ ຍຸດ​ໂທ​ບາຍ​ກວ່າ​ອີກ. ການ​ຮ່ວມ​ມື ແລະ ແລກປ່ຽນ​ເຊິ່ງ​ກັນ ແລະ ​ກັນ ລະຫວ່າງ​ກຳລັງ​ປະກອບ​ອາວຸດ​ສອງ​ປະເທດ ກໍ​ຄື​ໃນ​ຂົງເຂດ​ປ້ອງ​ກັນ​ຊາດ
ແລະ ປ້ອງ​ກັນ​ຄວາມ​ສະຫງົບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/09/2023